ລະບົບວິເຄາະທຳນາຍເບີ

ຜົນການວິເຄາະທຳນາຍເບີ
55326195
ຜົນລວມ: 36
ຄວາມໝາຍສະເພາະດ້ານ
ບຸກຄະລິກພາຍນອກ
ຈະສົ່ງຜົນໃຫ້ ມີນິໄສໃຈດີ ໃຈເຢັນ ມີເມດຕາ ສະຕິປັນຍາດີ ມີເຫດຜົນ ອົບອຸ່ນຈິງໃຈ ມີໝັ້ນໃຈ ແລະ ກ້າຕັດສິນໃຈ ເບິ່ງແຍງບໍລິວານເກັ່ງ ໃຈກວ້າງໃຈເຖິງ ເວລາຊ່ວຍໃຜມັກຈະຊ່ວຍເຕັມທີ່ ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ຜູ້ໃຊ້ມັກມີລາງສັງຫອນແມ້ນຍໍາ ມີສິ່ງສັກສິດຄຸ້ມຄອງ ມັກມີຄວາມຄິດເປັນຜູ້ໃຫຍ່ ມັກເຂົ້າທາງຜູ້ໃຫຍ່
ການງານ
ຈະສົ່ງຜົນໃຫ້ ຊີວິດວຽກງານມີຄວາມຈະເລີນກ້າວໜ້າດີຂຶ້ນເລື້ອຍໆ ລູກນ້ອງຈະເຄົາລົບ ແລະ ຍຳເກງໃນບາລະມີ ວຽກງານຈະເລີນກ້າວໜ້າ ເລື່ອນຂັ້ນເລື່ອນຕໍາແໜ່ງໄວ ເຈົ້ານາຍເຫັນຜົນງານ ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ຊະຕາຊີວິດສົດໃສ ການງານກ້າວໜ້າ ເຮັດສິ່ງໃດກໍຈະເລີນງອກງາມ
ການເງິນ
ຈະສົ່ງຜົນໃຫ້ ມີຖານະຄວາມເປັນຢູ່ໝັ້ນຄົງ ມີຄວາມໝັ້ນຄົງທາງການເງິນຈາກການສະໜັບສະໜູນຂອງຜູ້ໃຫຍ່ ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ ຊີວິດປະສົບຜົນສໍາເລັດຢ່າງໝັ້ນຄົງ
ຄວາມຮັກ
ຈະສົ່ງຜົນໃຫ້ ມີຜູ້ໃຫຍ່ອຸປະຖໍາ ຊະຕາຊີວິດສົດໃສລຸ້ງໂລດ ໃຈເຢັນຕໍ່ຄູ່ຄອງ ໃຫ້ໄດ້ຮັບອະພິສິດ ແລະ ການອຸປະຖໍາຈາກຜູ້ໃຫຍ່ຢູ່ສະເໝີ ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ໄດ້ຮັບຄວາມເມດຕາຈາກຜູ້ໃຫຍ່ຢູ່ເລື້ອຍໆ
ໂຊກລາບ
ຈະສົ່ງຜົນໃຫ້ ເຮັດບຸນເລື້ອຍໆ ຈະມີໂຊກລາບແບບບໍ່ຄາດຝັນເລື້ອຍໆ ມີໂຊກຈາກການສະໜັບສະໜູນ ແລະ ໂອກາດທາງການງານ ມີໂຊກລາບແບບບໍ່ຄາດຄິດເຂົ້າມາສະເໝີ ບາງຄົນຄືມີເທບຄຸ້ມຄອງ ຖ້າປະຕິບັດທໍາຈະມີສະມາທິຊັ້ນສູງໄດ້ງ່າຍ
ຄວາມໝາຍຄູ່ເລກ
ຄວາມໝາຍຄູ່ເລກຄູ່ທີ 1
55326195
ຄູ່ເລກມຸງຄຸນ
ຄູ່ເລກ 55 ໃຈດີມີຄຸນທໍາ ມີສະຕິຮອບຄອບ ປັນຍາດີ "ພະລັງປັນຍາແຫ່ງຄວາມເຢັນ ຈິງໃຈ ແລະ ອົບອຸ່ນ" ຄູ່ນີ້ໜູນນໍາໃຫ້ປາດເປື້ອງເລືອງຊື່ ມີປັນຍາພາຕົນສຶກສາຫາຄວາມຮູ້ ຈຶ່ງມີຊີວິດທີ່ລຸ່ງໂລດສົດໃສ ເຮັດສິ່ງໃດມີແຕ່ຄວາມຈະເລີນກ້າວໜ້າຫຼາຍຂຶ້ນ ມີນິໄສໃຈດີ ມີຜູ້ໃຫຍ່ອຸປະຖໍາ ມີຄຸນທໍາປະຈໍາໃຈ ມີຄວາມຈະເລີນຮຸ່ງເຮືອງກ້າວໜ້າໃນຊີວິດ ມີມາດດີ ເບິ່ງໜ້າເຊື່ອຖື ມີຄວາມສຸຂຸມສຸພາບຮຽບຮ້ອຍ ບໍ່ລຸ່ມລ່າມ ບຸກຄະລິກພາບເບິ່ງດີມີພູມຖານ ໜ້າເຊື່ອຖື ດາວພະຫັດສົ່ງຜົນໃຫ້ໃຈເຢັນ ໃຈດີ ໃຈສະບາຍ ມີຈິດໃຈໂອບອ້ອມອາລີ ມີເມດຕາ ມີລັກສະນະດີ ເຄດິດດີ ຄົບຫາກັບຜູ້ໃຫຍ່ ຜູ້ມີຄວາມຮູ້ ຄວາມດີ ເປັນທີ່ໜ້າໄວ້ວາງໃຈ ມີຄົນເຊື່ອຖື ມັກນໍາພາໃຫ້ຊີວິດ ເປັນໃຫຍ່ເປັນໂຕ ໃນໜ້າທີ່ການງານ ມີຄວາມຮູ້ດີຫຼາຍ ສະຕິປັນຍາດີສຽບແຫຼມ ມີໂອກາດໄດ້ເຮັດບຸນເພີ່ມກຸສົນເລື້ອຍໆ ສົນໃຈໃນການສຶກສາດ້ານຕ່າງໆ ຊອບໃນເລື່ອງໂຫລາສາດ ສາສະໜາ ປັດຊະຍາ ບໍ່ມັກລົບກວນຜູ້ອື່ນ ເປັນຄົນມີມາລະຍາດ, ຮູ້ຈັກຄິດ ມີເຫດມີຜົນ ຮັກຄວາມຖືກຕ້ອງ ຈິງໃຈ ຊື່ສັດ ມີເມດຕາຊ່ວຍເຫຼືອຜູ້ອື່ນ ມີຄວາມສະຫງົບສຸກໃນຊີວິດ ຮູ້ຈັກຄິດ ຮູ້ຈັກວາງ ມີຄວາມສຸກໃນຊີວິດ ເປັນເລກດີ ໃຈເຢັນ ມີສະຕິ ມີເຫດມີຜົນ ຄົນທີ່ໃຈຮ້ອນ ຫຼືຂາດຄວາມຢັບຢັ້ງຄິດໃນຊີວິດຄວນໃຊ້ເປັນຢ່າງຫຼາຍ ເໝາະສົມກັບສາມີທີ່ເຈົ້າຊູ້ ຫຼື ດັບຄວາມເຈົ້າຊູ້ລົງໄດ້ດ້ວຍ ແລະ ຕ້ອງເບິ່ງບໍລິບົດເລກອື່ນໆໃຫ້ດີຄູ່ກັນ
ຄວາມໝາຍຄູ່ເລກຄູ່ທີ 2
55326195
ຄູ່ເລກມຸງຄຸນ
ຄູ່ແຫ່ງການເລື່ອນຂັ້ນ 35 53 ຄູ່ເລກສົມພົນ ເລກນີ້ເປັນຄູ່ພະລັງງານທີ່ມີອໍານາດ ວາດສະໜາເດັ່ນດັງ ເຂັ້ມແຂງທັງກາຍ ແລະ ໃຈ ມີບາລະມີ ມີລາສີ ມີຄວາມເປັນຜູ້ນໍາ ວຽກງານຈະເລີນກ້າວໜ້າ ເສັ້ນໃຫຍ່ ມີແບັກດີ ມີຄົນໜູນຫຼັງ ມີຜູ້ໃຫຍ່ໜູນດີ ມີສາຍສໍາພັນດີ ເຮັດວຽກອັນໃດມັກເຂົ້າຕາຜູ້ໃຫຍ່ສະເໝີ ຈຶ່ງເປັນເຫດໃຫ້ໄດ້ຮັບອະພິສິດກ່ອນຄົນອື່ນ ສາຍສໍາພັນດີ ນາຍຮັກ ຮັກເພື່ອນຝູງ ທັງຍັງສົ່ງຜົນໃຫ້ຜູ້ໃຊ້ມີຄວາມຂະຫຍັນໝັ່ນພຽນ ໂດດເດັ່ນ ມີມາດຂຶມ ເປັນຕົວຂອງຕົນເອງ ອອກຄໍາສັ່ງລູກນ້ອງໄດ້ ໝັ້ນໃຈໃນຕົນເອງ ລູກນ້ອງເຄົາລົບຍຳເກງເຊື່ອຟັງ ເລກນີ້ເໝາະສົມສໍາລັບຄົນທີ່ຕ້ອງການຄວາມເດັດຂາດ ສຽບຄົມ ຄວາມກ້າໃນການຕັດສິນໃຈ ຄົນທີ່ໂລເລຄວນຫາເລກນີ້ມາໃຊ້ງານ ແລະ ເໝາະສົມຢ່າງຍິ່ງກັບວຽກຂ້າລາດຊະການ, ທະຫານ, ຕໍາຫຼວດ, ເຈົ້າຂອງກິດຈະການ, ຜູ້ບໍລິຫານ, ວິສະວະກອນ, ຫົວໜ້າໜ່ວຍງານຕ່າງໆ, ຜູ້ທີ່ມີລູກນ້ອງ, ສະຖາປະນິກ, ຂາຍລົດຍົນ, ວຽກກ່ຽວກັບຍານພາຫະນະ, ນັກວິຊາການ
ຄວາມໝາຍຄູ່ເລກຄູ່ທີ 3
55326195
ຄູ່ເລກມຸງຄຸນ
ເປັນຄູ່ເລກມະຫາສະເໜ່ ເລກທີ່ບາງຕຳລາຍອມຮັບ ແລະ ບາງຕຳລາບໍ່ຮັບ ວ່າເປັນຄູ່ມຸງຄຸນ ສະນັ້ນເລກຄູ່ນີ້ຕ້ອງອາໄສການຈັດລຽງຕຳແແໜ່ງທີ່ດີຈຶ່ງເກີດປະໂຫຍດທາງໂລກ ເນັ້ນສະເໜ່ເມດຕາ ສໍາລັບບາງອາຊີບ ບາງຄົນທີ່ຄວນໃຊ້ເທົ່ານັ້ນ ເນື່ອງຈາກເປັນເລກທີ່ສະເໜ່ແຮງຫຼາຍ ຈຶ່ງມີຂໍ້ຈຳກັດໃນການໃຊ້ ຄ້າຂາຍດີຫຼາຍ ມີສະເໜ່ຢ່າງມະຫາສານ ມີພະລັງດຶງດູດ ເມື່ອເລກ 2 ຄື ດວງຈັນ ກັບ ເລກ 3 ຄື ດາວອັງຄານ ມາຮວມຕົວຫັນ ກາຍເປັນເລກ "ສະເໜ່ເລົ້າຮ້ອນຊວນຫຼົງໄຫຼ" "ມະຫາສະເໜ່ ດັ່ງຕ້ອງມົນນໍ້າມັນພາຍ" ໃຜເຫັນເປັນຕ້ອງຫຼຽວຫຼັງ. ຍິ່ງໄດ້ເວົ້າລົມກັບເຈົ້າຂອງເລກ 23 32 ຈະຍິ່ງຕິດໃຈໃນລູກຫຼິ້ນ ໃນຄາລົມຄົມຄາຍ ປັບຕົວເຂົ້າກັບຄົນອ້ອມຂ້າງໄດ້ງ່າຍຫຼາຍ ມະນຸດສຳພັນດີເລີດ ເຮັດໃຫ້ເປັນຈຸດເດັ່ນ ເປັນທີ່ສົນໃຈຂອງຄົນທີ່ໄດ້ພົບເຈີໄດ້ສະເໝີ ເຊັ່ນ: ອາຊີບດາລານັກສະແດງ ບລັອກເກີ ເພາະສະນັ້ນ ຄົນທີ່ມີບຸກຄະລິກເຊັ່ນນີ້ ຈຶ່ງເປັນທີ່ຊື່ນຊອບຂອງຄົນທົ່ວໄປ ທັງຮູບຮ່າງໜ້າຕາ, ທ່າທາງ, ການເວົ້າການຈາ, ເບິ່ງແລ້ວດີມີສະເໜ່ ໃຊ້ຊີວິດຕິດຄວາມຫູຫຼາ, ເປັນສະເໜ່ດຶງດູດແກ່ຄົນອ້ອມຂ້າງຫຼາຍຫຼັກແຫຼມສະຫຼາດໃນການເຮັດວຽກ ຫາເງິນຄຳເກັ່ງຫຼາຍ ເປັນຄົນເປີດເຜີຍຈິງໃຈ ຂະຫຍັນ ມັກລຸຍ ແກ້ໄຂວຽກສະເພາະໜ້າເກັ່ງ ມີໄຫວພິບດີ ສາມາດເຮັດວຽກໄດ້ຢ່າງສຳເລັດໂດຍງ່າຍບໍ່ຕ້ອງອອກແຮງ (ແຕ່ຖ້າເລກ 23 32 ວາງຕິດເລກເສຍ ຄວາມໝາຍຈະປ່ຽນທັນທີ ສົ່ງຜົນດ້ານລົບ ເຊັ່ນ: ຫວັ່ນໄຫວງ່າຍ, ບໍ່ແນ່ນອນທາງອາລົມ ແລະ ການຕັດສິນໃຈ ຈະມີບັນຫາຄວາມຮັກເພາະສະເໜ່ແຮງຫຼາຍໄປ ມີຮັກຊ້ອນຊ່ອນເງື່ອນ, ຄວາມຮັກຊ້ອນ, ມີກິກ, ມືທີ່ສາມ ທັງຕົນເອງ ແລະ ຄູ່ຄອງ ຜິດສິນທຳໄດ້ງ່າຍ ຕົກຕ່ຳເພາະກາມ ຫ້າມໃຈຕົນເອງບໍ່ໄດ້ ມີຂ່າວເສຍຫາຍເລື່ອງເພດກົງກັນຂ້າມ ຄວນວາງເລກແຮງໆແບບນີ້ໃຫ້ຖືກຕຳແໜ່ງ ແລະ ຫ້າມຕິດເລກເສຍ)
ຄວາມໝາຍຄູ່ເລກຄູ່ທີ 4
55326195
ຄູ່ເລກມຸງຄຸນ
ເປັນຄູ່ສະເໜ່ແຫ່ງວາຈາ ອົບອຸ່ນ ປັບຕົວເກັ່ງ ມີສະເໜ່ຄ້າຂາຍເກັ່ງ ມີວາຈາອ່ອນຫວານ ມີສະເໜ່ທາງຄຳເວົ້າແຮງຫຼາຍ ໃຜໄດ້ຍິນໄດ້ຟັງ ມັກຊື່ນຊົມຊື່ນຊອບ ຜູ້ໃຊ້ເລກນີ້ຈະໄດ້ດີເພາະຄຳເວົ້າ ມີຄວາມໂຣແມນຕິກ ມີຄົນມາຂໍຄຳແນະນຳຄຳປຶກສາເລື້ອຍໆ ສະຫຼາດທຳມາຫາກິນ ເຈລະຈາຄ້າຂາຍດີ ມີໂອກາດຫາເງິນຫາລາຍໄດ້ໄດ້ຫຼາຍສາຍ ໃຜຢູ່ໃກ້ແລ້ວມີຄວາມສຸກ ເຂົ້າເຖິງຈິດໃຈຂອງຜູ້ອື່ນ ປາກພາດີ ມີຄົນເອົາຂອງກິນມາຝາກເລື້ອຍໆ ເຮັດອາຫານເກັ່ງ ເວົ້າຈາເປັນເງິນເປັນຄຳ ຂາຍຂອງທີ່ກ່ຽວຂ້ອງກັບປະເພດນໍ້າ ຫຼື ເຄື່ອງດື່ມໄດ້ ກ່ຽວຂ້ອງກັບອາຫານໄດ້ດີຫຼາຍ ຫຼື ວຽກທີ່ຕ້ອງເວົ້າລົມເຈລະຈາໄດ້ທຸກປະເພດ ລາຍໄດ້ມັກເກີດຈາກຄຳເວົ້າ ເປັນເລກດີ ເດັ່ນເລື່ອງຄ້າຂາຍ ເຈລະຈາ ແລະ ວາຈາພານຳພາໂຊກດີມາໃຫ້ ໄດ້ດີເພາະຄຳເວົ້າ (ເວົ້າຈາດີມີແຕ່ຄົນຮັກ ມີແຕ່ຄວາມກ້າວໜ້າໃນຊີວິດ) ເໝາະເປັນຢ່າງຫຼາຍກັບອາຊີບຮ້ານອາຫານ ຫຼື ທີ່ຕ້ອງກ່ຽວຂ້ອງກັບຂອງກິນ ອາຊີບກ່ຽວກັບນໍ້າ ຂາຍນໍ້າ ຫຼື ຜະລິດຕະພັນທີ່ເປັນນໍ້າ ເສີມສວຍເສີມຄວາມງາມກໍໃຊ້ໄດ້ດີ ຫຼື ຄົນທີ່ຢາກເປັນຄົນເວົ້າເພາະເຈລະຈາມ່ວນຫູ ອາລົມດີຂຶ້ນກໍຄວນໃຊ້ເລກນີ້
ຄວາມໝາຍຄູ່ເລກຄູ່ທີ 5
55326195
ຄູ່ເລກມຸງຄຸນ
ຄູ່ເລກຍອດນັກວາງແຜນ ເປັນຄູ່ເລກຂອງນັກບໍລິຫານ ຜູ້ໃຊ້ວິໄສທັດດີຫຼາຍ ລະອຽດຮອບຄອບ ມອງການໄກ,ວາງແຜນໄລຍະຍາວເກັ່ງ ລະມັດລະວັງຕົນເອງດີ ບໍ່ຖືກໃຜຕົວະງ່າຍໆ ບໍ່ໄວ້ໃຈໃຜງ່າຍໆ ມີຄວາມທະເຍີທະຍານມຸ່ງໝັ້ນໃນການຫາລາຍໄດ້ ເລກນີ້ຈຶ່ງເດັ່ນໃນເລື່ອງຂອງການເງິນຫຼາຍ ມີຄົນຊ່ວຍເຫຼືອການງານດີ ວາງແຜນພັດທະນາຕົນເອງຢ່າງເປັນຂັ້ນຕອນ ໝັ້ນຄົງ ມີແຜນສຳຮອງສະເໝີ ແລະ ມັກເປັນໄປຕາມແຜນທີ່ວາງໄວ້ ຈຶ່ງຈັດວ່າເປັນສຸດຍອດຂອງຄູ່ເລກນັກວາງແຜນ ມີນິໄສມັກຄຳນວນສິ່ງຕ່າງໆ ວ່າຄຸ້ມຄ່າກັບການລົງທຶນຫຼືບໍ່ ຈຶ່ງມີຄຳວ່າຜົນປະໂຫຍດໃນທຸກເລື່ອງ ດ້ວຍຄວາມທີ່ເປັນຄົນລະອຽດຖີ່ຖ້ວນເລືອກຫຼາຍ ທັງເລື່ອງຄວາມຮັກກໍເລືອກຫຼາຍເຊັ່ນກັນ ຖ້າບໍ່ໝັ້ນຄົງ ຈະບໍ່ຕົກລົງປົງໃຈກັບຄົນນັ້ນ ເໝາະຫຼາຍກັບວຽກບັນຊີ-ການເງິນ, ຈັດການເອກະສານ, ນັກກົດໝາຍ, ວຽກນະໂຍບາຍ, ວຽກວາງແຜນ, ວຽກນັກບໍລິຫານ, ເຈົ້າຂອງກິດຈະການ, ການລົງທຶນຕ່າງໆ
ຄວາມໝາຍຄູ່ເລກຄູ່ທີ 6
55326195
ຄູ່ເລກມຸງຄຸນ
ຜູ້ໃຊ້ມີຊື່ສຽງເປັນທີ່ຮູ້ຈັກຂອງຜູ້ຄົນ ມີຄວາມໂດດເດັ່ນ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມີຄວາມເປັນຜູ້ນຳ ມີບຸກຄະລິກພາບໜ້າເຊື່ອຖື ຕຳແໜ່ງໜ້າທີ່ການງານດີ ມີຍົດຖາບັນດາສັກດີ ມັກການປ່ຽນແປງໃຫ້ທັນສະໄໝຢູ່ສະເໝີ ມີເຄດິດທີ່ດີ ມີກຽດໃນສັງຄົມ ເປັນຄົນສະຫຼາດ ເກັ່ງ ຄ່ອງແຄ້ວ ມີວິໄສທັດດີຫຼາຍ ມັກໃຊ້ຂອງມີລາຄາແພງ ຕິດແບຣນ ລົດສະນິຍົມດີ ມັນໃຊ້ຂອງຫູຫຼາ ມີສະຕາຍ ແຕ່ງຕົວດີມີພູມຖານ ມັກເຂົ້າສັງຄົມ ໄປຢູ່ທີ່ໃດກໍມີຄົນຮູ້ຈັກຢ່າງວ່ອງໄວ ດາລານັກສະແດງຈຶ່ງມັກເລກຄູ່ນີ້ຫຼາຍ ເໝາະກັບຄົນທີ່ຂາດຄວາມໝັ້ນໃຈໃນຕົນເອງ ເລກນີ້ຈະສ້າງຄວາມໝັ້ນໃຈໃນຕົນເອງ ມີສະເໜ່ແບບໝັ້ນໃຈ ກ້າປະເຊີນໜ້າ ມີເຊັ້ນສ໌ດີ ມັກກ່ຽວຂ້ອງກັບຕ່າງຊາດຕ່າງພາສາ ມັກເລື່ອງເທັກໂນໂລຢີໃໝ່ໆທີ່ລໍ້າສະໄໝໄປ ຫຼື ບໍ່ກໍຂອງບູຮານ ອາຊີບທີ່ເໝາະສົມ: ຫົວໜ້າວຽກ, ດາລານັກສະແດງ, ບຸກຄົນທີ່ມີຊື່ສຽງ, ວຽກລະຫວ່າງປະເທດ, ຜູ້ນຳໃນອົງກອນ, ວຽກລັດຖະການກໍສາມາດໃຊ້ໄດ້
ຄວາມໝາຍຄູ່ເລກຄູ່ທີ 7
55326195
ຄູ່ເລກມຸງຄຸນ
ຄູ່ເລກແຫ່ງຄວາມໂຊກດີ ດາວພະຫັດ ເລກ5 ດາວແຫ່ງຄວາມເປັນຄູ ຄວາມຮູ້ ສິນລະປະວິທະຍາການ ເມື່ອໂຄຈອນມາຢູ່ກັບດາວພະເກດ ເລກ9 ດາວສິ່ງສັກສິດ ດາວລຶກລັບ ດາວມະຫັດສະຈັນ ດາວປ່ຽນຮ້າຍກາຍເປັນດີ ແລະ ເຮັດໃຫ້ດີເພີ່ມທະວີຄູນ ເປັນຄົນມີຄວາມສະຫຼາດສະຫຼຽວ ທັນຄົນ ມີຈິດໃຈເຢືອກເຢັນ ມີສະຕິມີປັນຍາ ມີຄວາມກ້າວໜ້າໃນຊີວິດ ແລະ ການງານ ມີຄວາມສາມາດພິເສດ ຮູ້ສິ່ງໃດແລ້ວຮູ້ຈິງເຖິງແກ່ນແທ້ ຮູ້ເລິກຮູ້ຮອບ ເມື່ອໃຊ້ໄປເປັນເວລາຍາວນານ ມັກໄດ້ເປັນນັກປາດເມທີ ຜູ້ມີຄວາມຮູ້ ຄວາມສາມາດໃຫ້ຄວາມນັບຖື ຈິດໃຈໜັກນິ້ງ ໝັ້ນຄົງ ສຸຂຸມ ເຢືອກເຢັນ ຕັ້ງໝັ້ນ ແລະ ມີສະມາທິ ເປັນຜູ້ມີສໍານຶກລະອຽດອ່ອນ ມີເຊັ້ນສ໌, ມີລາງສັງຫອນແມ້ນຍໍາ ເປັນຄົນຈິດໃຈດີ ໂອບອ້ອມອາລີ ມີນໍ້າໃຈງົດງາມ ມີຄວາມຖະໜັດ ແລະ ສົນໃຈໃນເລື່ອງໂຫລາສາດ ປັດຊະຍາ ສາສະໜາ ພິທີກໍາ ແລະ ໃນມູມໜຶ່ງຂອງຊີວິດກໍເປັນຄົນຫົວກ້າວໜ້າ ທັນເທັກໂນໂລຢີ ນໍາສະໄໝ ມີເກນໄດ້ເດີນທາງໄກ ໄປຕ່າງປະເທດ ຫຼື ຄົບຄ້າສະມາຄົມກັບຕ່າງປະເທດ ຫຼື ໝູ່ເພື່ອນຕ່າງຖິ່ນຕ່າງທີ່ ເຂົ້າກັບຜູ້ອື່ນໄດ້ງ່າຍ ດ້ວຍຄວາມມີນໍ້າໃຈ ເປັນຜູ້ໃຫ້ ເປັນຜູ້ເສຍສະຫຼະ ມີແຕ່ຄົນຮັກ ມີແຕ່ຄົນຊື່ນຊົມນັບໜ້າຖືຕາ ເຂົ້າຫາຜູ້ໃຫຍ່ໄດ້ງ່າຍ ຜູ້ໃຫຍ່ກໍເມດຕາອຸປະຖໍາຄໍ້າຊູເບິ່ງແຍງດີຫຼາຍ ເມື່ອເດີນທາງໄກມັກຈະມີໂຊກ ເດີນທາງໄກ ໄປຕ່າງທີ່ແລ້ວຈະໄດ້ດີ ມີໂຊກລາບລອຍມາແບບແປກໆ ພົບເຈີສິ່ງດີງາມມະຫັດສະຈັນໃນຊີວິດ ໄດ້ພົບເຈີຄູບາອາຈານທີ່ດີ ແລະ ເປັນຜູ້ທໍາບຸນແລ້ວເຫັນຜົນໄວທັນຕາ ວາດສະໜາດີ ດວງດີ ລວມເຖິງສຸກກາຍສຸຂະພາບໃຈດີແຂງແຮງອີກດ້ວຍ ໃຊ້ໄດ້ທຸກເພດທຸກໄວ ຄູ, ໝໍ, ແພດໝໍ ພະຍາບານ, ລາດຊະການໃຊ້ໄດ້ດີ ນັກຮຽນນັກສຶກສາຄວນໃຊ້ໃຫ້ຫຼຸດຄວາມຄຶກຄະນອງ ແລະ ມີເຫດຜົນໃນການໃຊ້ຊີວິດຫຼາຍຂຶ້ນ ໄຕ່ຕອງຫຼາຍຂຶ້ນ ພຣະ ຄູບາ ຫຼື ຜູ້ປະຕິບັດທໍາ ຄົນທໍາບຸນກໍຄວນໃຊ້ ແລະ ເໝາະສົມ ພໍ່ຄ້າ ແມ່ຄ້າ ນັກລົງທຶນກໍໃຊ້ໄດ້ດີຫຼາຍ ມີໂຊກເຮັງຕະຫຼອດ ພຽງແຕ່ຈັດຕໍາແໜ່ງໃຫ້ຖືກຕ້ອງ ທີ່ສໍາຄັນເໝາະກັບພໍ່ແມ່ຂອງເຮົາ ຄົນໄວກະສຽນໄວເຊົາເຮັດວຽກແລ້ວ ຫຼື ຜູ້ສູງອາຍຸ ເບີນີ້ກ່ຽວໃນເລື່ອງຂອງຄວາມໃຈເຢັນ ມີເຫດຜົນ ທີ່ສໍາຄັນຄືເຂົ້າວັດປະຕິບັດທໍາ ບໍ່ໂວຍວາຍດ່າລູກຫຼານ ໃຈເຢັນ ລວມເຖິງມີສຸຂະພາບຮ່າງກາຍສົມບູນແຂງແຮງ ບໍ່ເປັນຄົນແກ່ປາກຈັດ ເບີນີ້ໂດຍພາບລວມແລ້ວຈຶ່ງເປັນເລກດີຫຼາຍ ມີພະລັງງານດ້ານໂຊກຫຼາຍ ຫຍັງດີໆ ເຮັງໆ ຈະເຂົ້າມາໃນຊີວິດຫຼາຍຂຶ້ນເລື້ອຍໆ ໃນໄລຍະທີ່ຍັງໃຊ້ເບີນີ້ເປັນປະຈໍາ ຊີວິດມີການກ້າວໜ້າພັດທະນາຕົນເອງຢູ່ສະເໝີ ມີປັນຍາລະອຽດເລິກເຊິ່ງ ເມື່ອສຶກສາສິ່ງໃດມັກລົງເລິກເຖິງແກ່ນແທ້ ທໍາບຸນເຫັນຜົນໄວທັນຕາ ສຸຂະພາບແຂງແຮງທັງກາຍ ແລະ ໃຈ ບັ້ນປາຍຊີວິດຈະສຶກສາທໍາສະແຫວງຫາຄວາມວິນເວກຫຼຸດພົ້ນສັດຈະທໍາຂອງຊີວິດ
ໝາຍເຫດ: ເບີນີ້ຈັດເປັນເບີມຸງຄຸນ ແຕ່ຄວນສຶກສາດ້ານອາຊີບ ຫຼື ຕຳແໜ່ງໜ້າທີ່ວຽກງານ ຫຼື ດ້ານເພດ ກ່ອນໃຊ້ງານເພື່ອຄວາມເໝາະສົມ ແລະ ເຫັນຜົນລັບດີທີ່ສຸດ ທຳນາຍຕາມສາດພະລັງຕົວເລກທຳນາຍ ແລະ ຄຳວ່າ "ເບີມຸງຄຸນ ຫຼື ເລກມຸງຄຸນ" ເປັນຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ.