020 5661 4441

ວ່າງ Lao Telecom ເບີມຸງຄຸນ ຜົນລວມ 31 ເກຣດເບີ A+
ລາຄາ
600,000 ₭
ຜູ້ຂາຍເບີນຳໂຊກ 6395 ເບິ່ງໜ້າຮ້ານ
ຕິດຕໍ່ຜູ້ຂາຍ

ຄຳທຳນາຍເບີນີ້

A+

ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.

ບຸກຄະລິກພາຍນອກ

ຜູ້ໃຊ້ຮູ້ເທົ່າທັນຄົນ ໃຈບຸນ ມັກຊ່ວຍເຫຼືອຜູ້ອື່ນ ມີຄວາມອົບອຸ່ນ ໃຜໄດ້ຢູ່ໃກ້ແລ້ວສະບາຍໃຈ ເປັນຄົນມັກມ່ວນຊື່ນ ບໍ່ຄຽດ ເບິ່ງໂລກໃນແງ່ດີ ຊີວິດຄິດບວກ ບໍ່ເຄີຍຄິດຫຼາຍ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່

ການງານ

ຊີວິດປະສົບຜົນສໍາເລັດໂດຍໄວ ແລະ ງ່າຍດາຍກວ່າຄົນອື່ນ ມີຄວາມຮູ້ຄວາມສາມາດໃນການຈັດການບັນຫາທຸກຢ່າງໄດ້ຢ່າງລົງຕົວ ຫາຜົນປະໂຫຍດໄດ້ຢ່າງແນບນຽນ ເຮັດວຽກໄດ້ຫຼາກຫຼາຍອາຊີບ ໂດຍສະເພາະການຄ້າຂາຍເຄື່ອງສວຍງາມ ຫຼູຫລາ ລາຄາແພງ ທຸລະກິດຄວາມສວຍຄວາມງາມ ຫຼື ສິນຄ້າທີ່ມີລາຄາແພງ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ

ການເງິນ

ສະຫຼາດໃນທາງທຳມາຫາກິນ ສາມາດສ້າງລາຍໄດ້ຫຼາຍທາງພ້ອມກັນ ເງິນທອງບໍ່ຂາດມື ຊີວິດສຸກສະບາຍ ບໍ່ມີວັນອຶດຕາຍ ຫາເງິນເກັ່ງ ການເງິນດີ ມີໂຊກມີລາບເຂົ້າມາເລື້ອຍໆບໍ່ຂາດ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ

ຄວາມຮັກ

ມີຜູ້ອຸປະຖໍາບໍ່ຂາດ ຄວາມຮັກສົມຫວັງ ສົດຊື່ນ ມີສະເໜ່ແຮງຫຼາຍ ໃຜເຫັນໃຜກໍຮັກ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ

ໂຊກລາບ

ມີໂຊກຈາກການເຈລະຈາ ແລະ ການສື່ສານ

ເບິ່ງຄຳທຳນາຍເຕັມ

ເບີຄ້າຍກັນທີ່ຍັງວ່າງ

Unitel ເບີມຸງຄຸນ
ຜົນລວມ: 41 2,500,000 ₭
Unitel ເບີມຸງຄຸນ
ຜົນລວມ: 34 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 39 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 42 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 34 500,000 ₭
Unitel ເບີມຸງຄຸນ
ຜົນລວມ: 44 2,500,000 ₭
Unitel ເບີມຸງຄຸນ
ຜົນລວມ: 48 2,500,000 ₭
Unitel ເບີມຸງຄຸນ
ຜົນລວມ: 44 500,000 ₭

ບໍ່ພົບເບີທີ່ຕ້ອງການ?

ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ

ຊອກເບີໃຫ້ຂ້ອຍ