ຄຳທຳນາຍເບີນີ້
Bເບີນີ້ມີຄູ່ເລກດີ ແຕ່ມີບາງຄູ່ທີ່ຕ້ອງສຶກສາກ່ອນການນຳໃຊ້ໃຫ້ເໝາະສົມກັບອາຊີບ.
ເປັນຄົນຈິງໃຈ ຮັກອິດສະຫຼະ ແລະ ມີຄວາມຄິດເປັນຂອງຕົນເອງ ເວົ້າຕົງໄປຕົງມາ ເຈົ້າລະບຽບ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ເປັນຄົນບໍ່ປະໝາດ ຮອບຄອບລະມັດລະວັງຕົວດີ, ທັນຄົນບໍ່ຖືກຕົວະງ່າຍໆ
ມັກຈະມີມຸມມອງໃໝ່ໆທີ່ບໍ່ເໝືອນຄົນອື່ນ ວິໄສທັດການເຮັດວຽກ ມອງການໄກ ສົນໃຈເລື່ອງເທັກໂນໂລຢີທັນສະໄໝ ຕິດຕາມຂ່າວສານຢູ່ສະເໝີ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ທັນຄົນ ບໍ່ເສຍຮູ້ໃຜ ພັດທະນາຕົນເອງຢູ່ສະເໝີ ທະເຍີທະຍານ ມີການວາງແຜນຊີວິດທຸກຢ່າງຢ່າງເປັນລະບົບ ແລະ ມີແບບແຜນຊັດເຈນ
ມີຊັບສິນ ມີຄວາມໝັ້ນຄົງທາງການເງິນ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ຮູ້ຈັກໃຊ້ຈ່າຍ ຄິດວິເຄາະການໃຊ້ເງິນຢ່າງເປັນລະບົບລະບຽບ ວາງແຜນການໃຊ້ເງິນໄດ້ເປັນຢ່າງດີ ເກັບເງິນເກັ່ງ
ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ ມັກຈະເລືອກຄູ່ຄອງທີ່ມີໜ້າທີ່ການງານ ແລະ ຖານະການເງິນທີ່ດີ ເນັ້ນຄູ່ຄອງທີ່ໝັ້ນຄົງດູແລໄດ້
ຄາດການໄດ້ຢ່າງແມ່່ນຍໍາ ຈະໄດ້ຮັບໂຊກລາບເລື້ອຍໆ
ເບີຄ້າຍກັນທີ່ຍັງວ່າງ
ບໍ່ພົບເບີທີ່ຕ້ອງການ?
ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ
ລາວ
ไทย
English
Việt
中文