ຄຳທຳນາຍເບີນີ້
A+ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.
ເປັນຄົນໃຈຄໍກວ້າງຂວາງ ຕົງໄປຕົງມາ ເປີດເຜີຍ ຮັກອິດສະຫຼະ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນທາງທຸລະກິດຈະມີໂຊກດ້ານການແຂ່ງຂັນ ມັກໄດ້ຮັບໄຊຊະນະ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ອັດທະຍາໄສດີຫຼາຍ ມີໝູ່ເພື່ອນຫຼາຍ ຊ່າງເວົ້າ ແລະ ຈໍາຄໍາເວົ້າຄົນອື່ນໄດ້ແມ້ນຍຳ ເປັນຕົວກາງໃນການຕິດຕໍ່ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນເບິ່ງໂລກໃນແງ່ດີ ມີຄວາມໂອບອ້ອມອາລີ ມີເມດຕາ ມັກຊ່ວຍເຫຼືອຄົນຕົກທຸກໄດ້ຍາກ ມັກສັງຄົມ
ມີຄວາມມຸ່ງໝັ້ນຂະຫຍັນຫາລາຍໄດ້ຫາວຽກ ຂະຫຍັນທຳມາຫາກິນ ມີຫຼັກເກນແບບແຜນຂອງຕົນເອງຢ່າງຊັດເຈນ ເປັນຄົນສູ້ວຽກ ມີຄວາມທະເຍີທະຍານເພື່ອໄປສູ່ຄວາມສໍາເລັດອັນວ່ອງໄວ ໃນໂລກທຸລະກິດຈະມີໂຊກດ້ານການເຮັດວຽກໄດ້ເງິນຫຼາຍ ແລະ ມັກໄດ້ຮັບໄຊຊະນະ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ສະຫຼາດມີໄຫວພິບດີເລີດ ມັກວາງແຜນ ຄິດບໍ່ຊໍ້າໃຜ ເຮັດວຽກເກັ່ງ ສາມາດຫຼາຍຊິ້ນພ້ອມໆກັນໄດ້ດີເພາະຫົວໄວ ຮຽນຮູ້ຫຍັງໄດ້ໄວ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ເປັນຄົນສະຫຼາດ ໄຝ່ຮຽນຮູ້ໃຫ້ຕົນເອງມີຄວາມຮູ້ ການງານການຮຽນເປັນເລີດ ສະມາທິດີ ມີສະຕິໃນການເຮັດວຽກ ຜົນງານຈຶ່ງອອກມາດີ ຜູ້ໃຫຍ່ສົ່ງເສີມດີຫຼາຍ ຖະໜັດຫາຊ່ອງທາງທຳມາຫາກິນ
ຮູ້ຊ່ອງທາງທຳມາຫາກິນ ຢິບຈັບຫຍັງກໍເປັນເງິນເປັນຄຳ ມີຄາລົມເຈລະຈາດີໃນການຫາເງິນ ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຫາເງິນເກັ່ງ ບໍ່ຢຸດນິ້ງ ຊອບເຮັດວຽກ ເງິນຈະຫຼາຍ ເງິນມາຈາກວຽກທີ່ເຮັດ ແລະ ຄວາມຂະຫຍັນຂອງຕົນເອງ ເຂົ້າໃຈວາງແຜນຊີວິດ ຮູ້ຈັກພໍປະມານພໍພຽງ ໃຊ້ສະຕິໃນການດຳເນີນຊີວິດ ບໍ່ຟຸມເຟືອຍ ຮູ້ຈັກເກັບອົດອອມ
ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ຮຽນຮູ້ຄູ່ຮັກຕົນເອງໄດ້ໄວ ປັບຕົວເຂົ້າກັບຄົນຮັກງ່າຍ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ
ມີໂຊກມີດວງດ້ານການແຂ່ງຂັນ ແຂ່ງຫຍັງກໍ່ມັກຈະໄດ້ຮັບໄຊຊະນະຢູ່ສະເໝີ ມີໂຊກຈາກການເຈລະຈາ ແລະ ການສື່ສານ
ເບີຄ້າຍກັນທີ່ຍັງວ່າງ
ບໍ່ພົບເບີທີ່ຕ້ອງການ?
ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ
ລາວ
ไทย
English
Việt
中文