ຄຳທຳນາຍເບີນີ້
Dເບີນີ້ມີຄູ່ເລກທີ່ຄວນຫຼີກລ້ຽງ, ອາດສົ່ງຜົນເສຍບາງປະການ.
ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ ເປັນຄົນວູ້ວາມຄິດໄວເຮັດໄວ ຂາລຸຍໃຈຮ້ອນປະໝາດບໍ່ມີສະຕິ ປາກໄວຈົນເກີນໄປມັກຈະນຳບັນຫາໃຫ້ ເວົ້າຕົງ ເວົ້າແຮງ ຄິດແນວໃດເວົ້າແນວນັ້ນ ເວົ້າຈິງເຮັດຈິງ ເວົ້າຈາຫ້ວນໆ ຂີ້ຫງຸດຫງິດ ອາລົມຮ້ອນ ຊອບເວົ້າຈາໂຜງຜາງສຽງດັງ ຈົນຄົນອື່ນເຂົ້າໃຈຜິດ ຄິດວ່າຈະຫາເລື່ອງຢູ່ເລື້ອຍໆ ແຕ່ຄວາມຈິງແລ້ວເປັນຄົນທີ່ຮັກເພື່ອນຝູງຫຼາຍ ບ້າພະລັງ ແລະ ບ້າບິ່ນ ກ້າໄດ້ກ້າເສຍ ມັກແຂ່ງຂັນທ້າທາຍ ກ້າຄິດ ກ້າເຮັດ ແຕ່ເປັນຄົນໃຈຮ້ອນ ບໍ່ມີຄວາມຮອບຄອບ ຂາດສະຕິຍັບຍັ້ງຊັ່ງໃຈ ເປັນຄົນໃຈໃຫຍ່ໃຈເຖິງ ກ້າໄດ້ກ້າເສຍ ມັກສ່ຽງ ມັກທົດລອງຫຍັງແປກໃໝ່ຢູ່ສະເໝີ ໃຊ້ອາລົມຫຼາຍກວ່າເຫດຜົນ
ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ ຜູ້ໃຊ້ມີຄວາມກະຕືລືລົ້ນສູງໃນການເຮັດວຽກ ມັກເຮັດວຽກທີ່ມີຄວາມສ່ຽງທຸກຮູບແບບ ດຸໝັ່ນຂະຫຍັນ ວຽກໃນການລົງທຶນ ມັກການແຂ່ງຂັນທ້າທາຍ ບໍ່ຊໍ້າຊາກຈໍາເຈ ມີເຊັ້ນສ໌ໃນການເອົາຕົວລອດໃນທຸກສະຖານະການ ບໍ່ເຄີຍຈົນມູມ ມັກເຮັດທຸລະກິດສີເທົາ ຄວາມສ່ຽງໂດຍບໍ່ສົນໃຈວິທີການ ຂໍພຽງແຕ່ໄດ້ເງິນ ມັກຈະໄດ້ເປັນເຈົ້າຂອງທຸລະກິດສີເທົາ ຫຼື ວຽກທີ່ຕ້ອງມີການແຂ່ງຂັນສູງຫຼາຍ
ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ມີແນວໂນ້ມທີ່ຈະໃຊ້ຈ່າຍຫຼາຍຕາມອາລົມ ຫາເງິນເກັ່ງແຕ່ກໍໃຊ້ເກັ່ງ ເຫັນຫຍັງຊອບກໍຊື້ ບໍ່ຄ່ອຍຄິດຫຼາຍເລື່ອງການໃຊ້ຈ່າຍເງິນຄໍາ ໃຊ້ຈ່າຍຟຸມເຟືອຍ ໃຜຫ້າມເລື່ອງການໃຊ້ເງິນກໍມັກຈະບໍ່ພໍໃຈ
ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ ເປັນຄົນທຸ້ມເທໃນຄວາມຮັກ ຈິງຈັງຈິງໃຈ ຊື່ສັດຕໍ່ຄວາມຮູ້ສຶກ ລະວັງເວລາໂມໂຫໃຈຮ້າຍອາລົມຮຸນແຮງ ແລະ ການປະຊົດປະຊັນ ລະວັງທະເລາະກັບຄົນຮັກໄດ້ງ່າຍ ຄວາມຮັກມີບັນຫາຮັກຊ້ອນ ມັກພົບເຈີແຕ່ຄົນມີເຈົ້າຂອງເຂົ້າມາ ຖ້າບໍ່ເຜີໃຈກໍບໍ່ທຸກ
ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີດວງບໍ່ດີກ່ຽວກັບເລື່ອງອຸບັດຕິເຫດທຸກຮູບແບບ ຄອບຄົວມີບັນຫາແຕກແຍກ ຊີວິດຄູ່ບໍ່ປົກກະຕິສຸກ ດວງຂຶ້ນລົງຈົນໜ້າຕົກໃຈ. ຊີວິດປ່ຽນແປງ ບາງທີກໍໂຊກດີເກີນຄາດ ແຕ່ບາງທີກໍໂຊກຮ້າຍເຫຼືອເກີນ ມີໂຊກຈາກການຕໍ່ສູ້ ແລະ ຄວາມພະຍາຍາມ ລະວັງໂຊກທີ່ມາພ້ອມກັບຄວາມສ່ຽງ ມັກມີໂຊກລາບບໍ່ຄາດຝັນຢູ່ເລື້ອຍໆ
ເບີຄ້າຍກັນທີ່ຍັງວ່າງ
ບໍ່ພົບເບີທີ່ຕ້ອງການ?
ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ
ລາວ
ไทย
English
Việt
中文