020 9926 9419

ວ່າງ Unitel ເບີມຸງຄຸນ ຜົນລວມ 49 ເກຣດເບີ A+
ລາຄາ
500,000 ₭
ຜູ້ຂາຍເບີນຳໂຊກ 6395 ເບິ່ງໜ້າຮ້ານ
ຕິດຕໍ່ຜູ້ຂາຍ

ຄຳທຳນາຍເບີນີ້

A+

ເບີມຸງຄຸນລະດັບດີເລີດ! ປອດໄພໃນການໃຊ້ງານ ແລະ ສົ່ງເສີມຊີວິດໃນທຸກໆດ້ານ.

ບຸກຄະລິກພາຍນອກ

ເປັນຜູ້ມີຄຸນທຳ ມີຈັນຍາທຳ ໜ້າເຄົາລົບ ມີສະເໜ່ດຶງດູດເພດກົງກັນຂ້າມ ແຕ່ງຕົວເກັ່ງ ນິໄສມັກສວຍມັກງາມ ຜູ້ໃຊ້ມັກມີຄົນມາຂໍຄຳປຶກສາເລື້ອຍໆ ປອບໃຈເກັ່ງ ໃຜໄດ້ເວົ້າລົມດ້ວຍມັກເກີດຄວາມສະບາຍໃຈ ແຕ່ງຕົວດີບົ່ງບອກເຖິງລົດສະນິຍົມທີ່ດີ ນິໄສອ່ອນຫວານ ເວົ້າຈາດີ ມັກເອົາອົກເອົາໃຈໝູ່ເພື່ອນ ເປັນຄົນໂລແມນຕິກ ເປັນຄົນຄິດໄວ ຫົວໄວ ເຮັດວຽກໄວ ເຮັດຫຍັງກໍ່ໄວໄປໝົດ ເຂົ້າກັບຄົນງ່າຍ ແຖມຍັງທັນຄົນ ທັນເກມ ເພາະມີໄຫວພິບດີ ຮຽນຮູ້ໄວ ເວົ້າເກັ່ງ ເວົ້າແລ້ວຄົນອື່ນເຊື່ອ ສະຫຼາດ ແກ້ໄຂບັນຫາເກັ່ງ ໝັ້ນໃຈໃນຕົນເອງສູງ ມັກດີດຕົນເອງໃຫ້ສູງສົ່ງ ມີສະຫງ່າລາສີ ມີຄວາມທະເຍີທະຍານ ມັກມີໜ້າທີ່ການງານທາງສັງຄົມ

ການງານ

ການງານກ້າວໜ້າ ອາດໄດ້ເຮັດວຽກກ່ຽວຂ້ອງກັບຕ່າງຊາດ ປະສົບຄວາມສຳເລັດດີຫຼາຍ ມີຄວາມຄິດສ້າງສັນ ແລະ ຊ່ຽວຊານດ້ານສິລະປະ ມີສຸນທະລີຍະພາບ ຮຽນຮູ້ໄວ ມີຈິນຕະນາການສູງສົ່ງ ເຫັນພາບໃນໃຈຊັດເຈນ ຄ້າຂາຍດີລູກຄ້າຕິດອົກຕິດໃຈ ເໝາະກັບການເຮັດວຽກບໍລິການຕ່າງໆ ມີສະເໜ່ທາງຄຳເວົ້າການເຈລະຈາ ມັກຄ້າຂາຍຂອງຫຼູຫລາ ລາຄາແພງໄດ້ດີ ມີສະຕິປັນຍາ ແລະ ໄຫວພິບດີ ຮຽນຮູ້ໄວ ເຮັດວຽກໄວຈົນຄົນອື່ນຕາມບໍ່ທັນ ເຮັດທຸລະກິດນໍາເຂົ້າສົ່ງອອກ ຫຼື ຂາຍສິນຄ້າອອລາຍ ຫຼື ຂາຍໃນເນັດເກັ່ງ ໃຫຍ່ເມດຕາ ເພາະຄໍາເວົ້າຄຳຈາມີຫຼັກການ ມີເຫດຜົນໜ້າເຊື່ອຖື ບຸກຄະລິກທ່າທາງດູດີເປັນຜູ້ໃຫຍ່ ຍິ່ງເຮັດໃຫ້ເຫັນຍິ່ງມີຄວາມໜ້າເຊື່ອຖືໃນດ້ານການຕິດຕໍ່ການເຈລະຈາ ຜູ້ໃຊ້ເລກນີ້ມັກມີໂອກາດຈະໄດ້ເປັນເຈົ້າຄົນນາຍຄົນ ໄດ້ເປັນຫົວໜ້າ ມີຢົດຕຳແໜ່ງມີກຽດ ຄົນນັບໜ້າຖືຕາ ວິໄສທັດດີສຸດຍອດ ເລື່ອນຂັ້ນໄວ ມີສັກສີ ເຮັດວຽກເກັ່ງຄົນຮູ້ຈັກຢ່າງວ່ອງໄວ

ການເງິນ

ມີໂຊກເຂົ້າມາສະເໝີ ຍິ່ງເຮັດບຸນສູດມົນຍິ່ງດວງດີເປັນສອງເທົ່າ ເຮັດບຸນເຫັນຜົນໄວຫຼາຍ ຮັ່ງມີໄວວາບໍ່ວ່າຈະເຮັດຫຍັງກໍດີໄປໝົດ ຫາເງິນໄດ້ຈາກການເດີນທາງ ແລະ ການເຮັດທຸລະກິດນໍາເຂົ້າ-ສົ່ງອອກລະຫວ່າງປະເທດ ຫາເງິນໄດ້ຈາກຫຼາຍໆຢ່າງທີ່ເຮັດ ແລະ ສ່ວນໃຫຍ່ລາຍໄດ້ມັກເກີດຈາກຄຳເວົ້າ ເງິນຄໍາຫາງ່າຍ ມີກິນມີໃຊ້ຕະຫຼອດບໍ່ຂາດມື ໂອກາດຫາເງິນຈາກການຕິດຕໍ່ຕ່າງປະເທດ ຈະໄດ້ເງິນຈາກຄຳເວົ້າ ມີເຄດິດໃນຄຳເວົ້າ ເວົ້າແລ້ວໄດ້ເງິນ

ຄວາມຮັກ

ເວົ້າຈາດີ ມີຄວາມໄພເລາະອ່ອນຫວານ ມັກມີຄົນມາຫຼົງຮັກຢາກເວົ້າລົມດ້ວຍສະເໝີ ເພາະມີສະເໜ່ທາງຄຳເວົ້າ ເປັນຄົນມີສະເໜ່ໃນຕົວ ມີຄວາມສໍາພັນທີ່ເຕັມໄປດ້ວຍຄວາມກ້າວໜ້າ ແລະ ການຮຽນຮູ້ ເປັນຄົນຈິງຈັງກັບຄວາມຮັກ ມີຄວາມປາຖະໜາຄວາມເພີເຟັກສູງ

ໂຊກລາບ

ປະສົບຄວາມສຳເລັດ ແລະ ມີໂຊກລາບແບບປາດຖະໜາຢູ່ເລື້ອຍໆ ມີໂຊກລາບວາດສະໜາດີ ມີໂຊກຟຸກໆ ມີເງິນມີຄໍາເຂົ້າມາບໍ່ຂາດມື

ເບິ່ງຄຳທຳນາຍເຕັມ

ເບີຄ້າຍກັນທີ່ຍັງວ່າງ

Unitel ເບີມຸງຄຸນ
ຜົນລວມ: 46 600,000 ₭
Lao Telecom ເບີມຸງຄຸນ
ຜົນລວມ: 49 600,000 ₭
Unitel ເບີມຸງຄຸນ
ຜົນລວມ: 49 500,000 ₭
TPlus ເບີມຸງຄຸນ
ຜົນລວມ: 56 500,000 ₭
ETL ເບີມຸງຄຸນ
ຜົນລວມ: 48 350,000 ₭
ETL ເບີມຸງຄຸນ
ຜົນລວມ: 42 350,000 ₭
ETL ເບີມຸງຄຸນ
ຜົນລວມ: 36 300,000 ₭
Lao Telecom ເບີມຸງຄຸນ
ຜົນລວມ: 45 600,000 ₭

ບໍ່ພົບເບີທີ່ຕ້ອງການ?

ຝາກໃຫ້ຮ້ານຄ້າຊອກໃຫ້ — ຟຣີ ແລະ ບໍ່ມີຂໍ້ຜູກມັດ

ຊອກເບີໃຫ້ຂ້ອຍ