ອັບເດດລ່າສຸດ: 05 ຕຸລາ 2026
ຍິນດີຕ້ອນຮັບສູ່ TALADSIM (ຕະຫຼາດຊິມ). ການເຂົ້າໃຊ້ ຫຼື ສະໝັກໃຊ້ເວັບໄຊ້ນີ້ ຖືວ່າທ່ານໄດ້ອ່ານ ແລະ ຍອມຮັບເງື່ອນໄຂລຸ່ມນີ້. ກະລຸນາອ່ານຄຽງຄູ່ກັບ ນະໂຍບາຍຄວາມເປັນສ່ວນຕົວ.
TALADSIM ເປັນຕະຫຼາດອອນລາຍ ທີ່ໃຫ້ຮ້ານຄ້າລົງປະກາດຂາຍເບີໂທລະສັບ ແລະ ໃຫ້ຜູ້ຊື້ຄົ້ນຫາ ແລະ ຕິດຕໍ່ຮ້ານຄ້າໄດ້ໂດຍກົງ. ການຕົກລົງລາຄາ, ການຊຳລະເງິນ ແລະ ການໂອນເບີ ເກີດຂຶ້ນລະຫວ່າງຜູ້ຊື້ ແລະ ຮ້ານຄ້າໂດຍກົງ.
ຄຳທຳນາຍ, ເກຣດເບີ ແລະ ຄວາມໝາຍຄູ່ເລກ ເປັນຂໍ້ມູນຕາມຄວາມເຊື່ອ ເພື່ອເປັນທາງເລືອກປະກອບການຕັດສິນໃຈເທົ່ານັ້ນ, ບໍ່ແມ່ນການຮັບປະກັນຜົນໃດໆ.
ລາຄາ ແລະ ສະຖານະເບີ ຖືກກຳນົດໂດຍຮ້ານຄ້າ ແລະ ອາດປ່ຽນແປງໄດ້ທຸກເວລາ. ພວກເຮົາພະຍາຍາມໃຫ້ຂໍ້ມູນຖືກຕ້ອງ ແຕ່ບໍ່ຮັບປະກັນວ່າທຸກເບີຍັງວ່າງ ຫຼື ລາຄາຖືກຕ້ອງທຸກເວລາ — ຢືນຢັນກັບຮ້ານຄ້າສະເໝີ.
TALADSIM ເປັນສື່ກາງໃນການລົງປະກາດ ແລະ ບໍ່ແມ່ນຄູ່ສັນຍາໃນການຊື້-ຂາຍລະຫວ່າງຜູ້ຊື້ ແລະ ຮ້ານຄ້າ. ພວກເຮົາບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຈາກການຕົກລົງລະຫວ່າງສອງຝ່າຍ, ແຕ່ຍິນດີຊ່ວຍປະສານງານ ເມື່ອມີການແຈ້ງບັນຫາ.
ພວກເຮົາອາດປັບປຸງເງື່ອນໄຂເຫຼົ່ານີ້ເປັນຄັ້ງຄາວ. ວັນທີອັບເດດລ່າສຸດຈະສະແດງຢູ່ເທິງໜ້ານີ້. ການໃຊ້ງານຕໍ່ ຖືວ່າທ່ານຍອມຮັບເງື່ອນໄຂສະບັບໃໝ່.
ຫາກມີຄຳຖາມ ຫຼື ຕ້ອງການແຈ້ງບັນຫາ, ຕິດຕໍ່ໄດ້ທີ່ ໜ້າຕິດຕໍ່ພວກເຮົາ ຫຼື ອີເມວ [email protected].
TALADSIM is an online marketplace where approved stores list phone numbers for sale and buyers contact them directly. Prices, payment and number transfer are agreed between the buyer and the store; TALADSIM is not a party to those sales. Stores must only list numbers they own or are authorised to sell, keep listings accurate and use customer contact details only to offer numbers. Number readings and pair meanings are for reference only. We may suspend listings or accounts that break these terms. See also our Privacy Policy and Data Deletion Instructions.
เลือกข้อมูลที่ต้องการคัดลอก: